Collector
Giriş Yap
ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ | Collector
ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ

ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ

ອົງການປົກຄອງນະຄອນຫຼວງພະບາງຮ່ວມກັບ ກະຊວງ ຍທຂ ແລະ ພາກສ່ວນກ່ຽວຂ້ອງໄດ້ ເປີດໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງຂຶ້ນ ໃນວັນທີ 9 ມິຖຸນາ 2026  ທີ່ ໂຮງແຮມຊະນະແກ້ວບຸຕິກ ນະຄອນຫຼວງພະບາງ ເຂົ້າຮ່ວມເປັນປະທານຂອງ ທ່ານ ຈິດດາວົງ ໂພສີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາແລະຜັງເມືອງ ກະຊວງ ຍທຂ, ⁠ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທໍາແລະການທ່ອງທ່ຽວແຂວງຫຼວງພະບາງ, ⁠ທ່ານ ສາລິກາ ພົນປະເສີດ ຮອງຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.          ທ່ານ ຈິດດາວົງ ໂພສີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ກ່າວວ່າ: ຮູ້ສຶກພາກພູມໃຈ ແລະ ຖືເປັນກຽດທີ່ໄດ້ຕາງໜ້າໃຫ້ແກ່ການນຳແຂວງ ເປັນປະທານກອງປະຊຸມໃນຄັ້ງນີ້ ແລະ ເປັນຫົວໜ້າຄະນະຊີ້ນໍາລວມຂັ້ນແຂວງ ຂອງໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ. ໃນມື້ນີ້ ເຊິ່ງເປັນກອງປະຊຸມ ຄັ້ງປະຖົມມະເລີກ ພາຍຫຼັງທີ່ຄະນະຊີ້ນໍາລວມຂັ້ນແຂວງ […] The post ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ appeared first on LAO ECONOMIC .

Go to News Site