Lao Economic Daily
ໃນວັນທີ 5 ມິຖຸນາ 2026 ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕ່າງໜ້າ ລັດຖະບານ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈຳກັດ ໄດ້ຈັດພິທີເຊັນສັນຍາພັດທະນາໂຄງການ (PDA) ໂຄງການໄຟຟ້າພະລັງງານຊີວະມວນ 50MW ຢູ່ ເມືອງໄຊ ແຂວງ ອຸດົມໄຊ. ການລົງນາມໃນຄັ້ງນີ້ ນັບເປັນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນວ່າ ໂຄງການໄດ້ກ້າວເຂົ້າສູ່ໄລຍະການພັດທະນາຢ່າງເປັນທາງການ. ໂຄງການນີ້ເປັນໂຄງການໄຟຟ້າພະລັງງານຊີວະມວນຂະໜາດໃຫຍ່ແຫ່ງທຳອິດຂອງລາວ ຄາດວ່າຈະຜະລິດໄຟຟ້າໄດ້ຫຼາຍກວ່າ 300 ລ້ານກິໂລວັດໂມງຕໍ່ປີ ແລະ ຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ປະເທດ.ໂຄງການຈະນຳໃຊ້ສິ່ງເສດເຫຼືອຈາກພາກກະສິກຳ ແລະ ປ່າໄມ້ໃນທ້ອງຖິ່ນ ການປູກພືດພະລັງງານ ແລະ ການສ້າງລະບົບເກັບຊື້ -ຈັດເກັບເຊື້ອໄຟ ສ້າງຮູບແບບ “ພະລັງງານ + ກະສິກຳ” ເພື່ອສ້າງວຽກເຮັດງານທໍາ, ເພີ່ມລາຍຮັບໃຫ້ປະຊາຊົນ ແລະ ສົ່ງເສີມການພັດທະນາສີຂຽວຂອງແຂວງອຸດົມໄຊ ແລະ ສປປ ລາວ ໂດຍລວມ. ໂຄງການໄຟຟ້າຊີວະມວນ ຈະສາມາດເສີມກັນກັບພະລັງງານລົມ ແລະ ພະລັງງານແສງຕາເວັນໄດ້ເປັນຢ່າງດີ […] The post ລັດໄຟຂຽວ ພັດທະນາໂຄງການໄຟຟ້າຊີວະມວນ 50MW ຢູ່ ເມືອງໄຊ ແຂວງອຸດົມໄຊ appeared first on LAO ECONOMIC .
Go to News Site