Collector
ເຊບັ້ງໄຟທໍາລາຍສິນຄ້າໝົດອາຍຸ ມູນຄ່າ 16ລ້ານກວ່າກີບ | Collector
ເຊບັ້ງໄຟທໍາລາຍສິນຄ້າໝົດອາຍຸ ມູນຄ່າ 16ລ້ານກວ່າກີບ
Lao Economic Daily

ເຊບັ້ງໄຟທໍາລາຍສິນຄ້າໝົດອາຍຸ ມູນຄ່າ 16ລ້ານກວ່າກີບ

ໃນຕອນບ່າຍ ວັນທີ 19 ພຶດສະພາ 2026 ນີ້ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງເຊບັ້ງໄຟຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າປອມແປງທີ່ເຈົ້າໜ້າທີ່ກວດກາສິນຄ້າເມືອງຢຶດມາໄດ້ ໂດຍການເຂົ້າຮ່ວມຂອງທ່ານ ນາງ ໂອດີ ຮູ້ວິສິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສອນໄຊ ອຸປະລາດ ຫົວໜ້າຫ້ອງການອຸດສາຫະກຳແລະການຄ້າເມືອງ, ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຕາງໜ້າກຳລັງ ປກຊ – ປກສ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ. ທ່ານ ສອນໄຊ ອຸປະລາດ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ກວດກາການຄ້າເມືອງໃນໄລຍະຜ່ານມາ ເລີ່ມແຕ່ເດືອນ ພຶດສະພາ 2025 ຈົນເຖິງປະຈຸບັນ ໄດ້ລົງກວດກາຈຳນວນ 15 ຄັ້ງ, ໄດ້ພົບ ແລະ ຢຶດສິນຄ້າໝົດອາຍຸຈຳນວນ 8 ຮ້ານ, ຮ້ານຄົນລາວ 3 ຮ້ານ, ຮ້ານຄົນຫວຽດນາມ 5 ຮ້ານ ປະກອບມີ ເຂົ້າໝົມລວມ, […] The post ເຊບັ້ງໄຟທໍາລາຍສິນຄ້າໝົດອາຍຸ ມູນຄ່າ 16ລ້ານກວ່າກີບ appeared first on LAO ECONOMIC .

Go to News Site