Collector
ລັກຂຸດຄຳຕົກຂ້ອນບໍ່ພໍ ຍັງລັກຕັດໄມ້ປ່າສະຫງວນອີກ | Collector
ລັກຂຸດຄຳຕົກຂ້ອນບໍ່ພໍ ຍັງລັກຕັດໄມ້ປ່າສະຫງວນອີກ
Lao Economic Daily

ລັກຂຸດຄຳຕົກຂ້ອນບໍ່ພໍ ຍັງລັກຕັດໄມ້ປ່າສະຫງວນອີກ

ຂະບວນການປາບປາມ ແລະ ສະກັດກັ້ນການຂຸດຄົ້ນຄໍາຕົກຂ້ອນຢູ່ແຂວງສະຫວັນນະເຂດພວມເດັດຂາດກັບກຸ່ມຄົນບໍ່ດີ ໂດຍລ້າສຸດ ຄະນະກຳມະການຕິດຕາມ, ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດຂັ້ນແຂວງໄດ້ລົງເຄື່ອນໄຫວພ້ອມ ໄດ້ຢຶດຊິ້ນສ່ວນພາຫະນະ ແລະ ກົນຈັກ ໃນການລັກຂຸດຄົ້ນຄໍາຕົກຂ້ອນ ນອກນັ້ນຍັງພົບເຫັນການລັກລອບຕັດໄມ້ທໍາລາຍປາຂອງກຸ່ມຄົນດັ່ງກ່າວ. ໂດຍປະຕິບັດຕາມຂໍ້ຕົກລົງ ຂອງຄະນະກຳມະການປົກຄອງ ແຂວງສະຫວັນນະເຂດ ສະບັບເລກທີ 965/ຄປຂ, ລົງວັນທີ 15 ພຶດສະພາ 2026, ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ ແລະ ໄມ້) ຂັ້ນແຂວງ, ໃນລະຫວ່າງວັນທີ 20-23 ພຶດສະພາ 2026, ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການປົກຄອງແຂວງ ທັງເປັນຫົວໜ້າຄະນະກຳມະການຕິດຕາມ ກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ ແລະ ໄມ້) ແຂວງສະຫວັນນະເຂດ ພ້ອມຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ທີ່ໄດ້ຮັບການແຕ່ງຕັ້ງ ໄດ້ລົງໄປຕິດຕາມກວດກາເບີ່ງເຄື່ອງທີ່ຍຶດໄດ້ ພ້ອມທັງມີການເຜີຍແຜ່ນິຕິກຳ ຢູ່ເມືອງພີນ ແລະ ເມືອງເຊໂປນ. ເຊິ່ງໄດ້ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ […] The post ລັກຂຸດຄຳຕົກຂ້ອນບໍ່ພໍ ຍັງລັກຕັດໄມ້ປ່າສະຫງວນອີກ appeared first on LAO ECONOMIC .

Go to News Site