ທະນາຄານຮ່ວມພັດທະນາ ມະຫາຊົນ Joint Development Bank Public (JDB) ໄດ້ເປີດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາໄຕມາດ I ແລະ ແຜນດໍາເນີນທຸລະກິດໄຕມາດ II ປະຈໍາປີ 2026, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 22 ພຶດສະພາ 2026.ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລ ສີພະພອນ ປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ພ້ອມດ້ວຍຄະນະຜູ້ບໍລິຫານ, ຄະນະພະແນກ ແລະ ໜ່ວຍບໍລິການພາຍໃນນະຄອນຫຼວງວຽງຈັນ. ນອກ ຈາກນີ້, ຍັງມີບັນດາໜ່ວຍບໍລິການຕ່າງແຂວງເຂົ້າຮ່ວມຜ່ານລະບົບ Video Conference.ເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ.ກອງປະຊຸມໄດ້ມີການຮັບຟັງການລາຍງານຜົນສໍາເລັດຫຼາຍໆດ້ານ, ໃນໄຕມາດ I ຂອງປີ 2026 ໂດຍ JDB ສາມາດ ສ້າງຍອດຊັບສິນລວມມູນຄ່າ 44.8 ກວ່າຕື້ກີບ ທຽບ 85% […] The post JDB ເປີດກອງປະຊຸມສະຫຼຸບຜົນດໍາເນີນທຸລະກິດປະຈໍາໄຕມາດ 1 ປີ 2026 appeared first on LAO ECONOMIC .
Go to News Site