ໃນວັນທີ 25 ພຶດສະພາ 2026 ຢູ່ທີ່ ນະຄອນຫຼວງພະນົມເປັນ ໄດ້ມີພິທີລົງນາມໃນຂອບການສຶກສາຮ່ວມ ກ່ຽວກັບ ການສຶກສາຄວາມເປັນໄປໄດ້ໃນການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ລາວ-ກຳປູເຈຍ. ຈຸດປະສົງຂອງໂຄງການສຶກສາດັ່ງກ່າວ ແມ່ນບົນພື້ນຖານແຜນງານການຮ່ວມມືດ້ານພະລັງງານອາຊຽນ (ASEAN Plan of Action for Energy Cooperation – APAEC) 2026-2030, ເຊິ່ງໄດ້ກຳນົດໃຫ້ການພັດທະນາ ASEAN Power Grid – APG ເປັນບູລິມະສິດຫຼັກເພື່ອສ້າງຕະຫຼາດໄຟຟ້າອາຊຽນທີ່ມີຄວາມເປັນເອກະພາບ. ສະນັ້ນ, ເພື່ອຫັນເອົາແຜນງານການຮ່ວມມືດັ່ງກ່າວໃຫ້ກາຍເປັນການຈັດຕັ້ງປະຕິບັດໂຄງການຕົວຈິງ ໂດຍສະເພາະການສຶກສາການເຊື່ອມໂຍງລະບົບສາຍສົ່ງໄຟຟ້າຂ້າມແດນ ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ເພື່ອແນ່ໃສ່ການເພີ່ມ ຄວາມສາມາດໃນການແລກປ່ຽນພະລັງງານສະອາດ ແລະ ການຄຸ້ມຄອງແຫຼ່ງພະລັງງານໃຫ້ມີປະສິດທິພາບ ສໍາລັບ ສປປ ລາວ ລວມທັງຈະຊ່ວຍໃຫ້ ຟຟລ ສາມາດກຳນົດຍຸດທະສາດ ການເຊື່ອມໂຍງໄຟຟ້າຂ້າມແດນ ໃຫ້ສອດຄ່ອງກັບມາດຕະຖານເຕັກນິກ ແລະ ກົດໝາຍສາກົນ. ໂຄງການສຶກສາດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ (World […] The post ລາວ-ກຳປູເຈຍ ລົງນາມຮ່ວມມືສຶກສາຄວາມເປັນໄປໄດ້ໃນການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ appeared first on LAO ECONOMIC .
Go to News Site