ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການສົ່ງເສີມການເຂົ້າເຖິງນໍ້າປະປາ ແລະ ສຸຂາອະນາໄມ ແບບຍືນຍົງ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ເອກະຊົນ ແລະ ຊຸມຊົນ ໄລຍະທີ 5 (WOBA 5) ມີຂຶ້ນເມື່ອດົນມານີ້ ເຂົ້າຮ່ວມຂອງທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.ໂຄງການສົ່ງເສີມການເຂົ້າເຖິງນ້ຳປະປາ ແລະ ສຸຂາອະນາໄມ ແບບຍືນຍົງ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ເອກະຊົນ ແລະ ຊຸມຊົນ(WOBA) ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິ Charity: Water Foundation ໂດຍຜ່ານອົງການທຣາຍເນັດເວີກ (Thrive Network) ປະຈໍາຢູ່ ສະຫະລັດອາເມລິກາ ແລະ ມູນນິທິອິດມິດເວດ (East Meets West Foundation) ປະຈໍາ ສປປ ລາວ […] The post ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການເຂົ້າເຖິງນໍ້າປະປາ ແລະ ສຸຂາອະນາໄມ appeared first on LAO ECONOMIC .
Go to News Site