Lao Economic Daily
ໃນວັນທີ 28 ພຶດສະພາ 2026 ທີ່ ຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນ ຕ່າງໜ້າລັດຖະບານ ສປປລາວ ໄດ້ມີພິທີລົງນາມ ໃນສັນຍາສຳປະທານ ໂຄງການຕາຂ່າຍສາຍສົ່ງແຫ່ງຊາດ(ເພີ່ມເຕີມ) ສໍາລັບໂຄງການສາຍສົ່ງເຊື່ອມຕໍ່500ກິໂລໂວນ(kV) ລາວ-ຈີນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມແລະຄຸ້ມຄອງການລົງທຶນ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພິໄລທອງ ຈິດມະນີ,ຮອງປະທານຄະນະກຳມະການປົກຄອງແຂວງ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຫລິນລຸ້ຍ ປະທານໃຫຍ່ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ກ່າວວ່າ: ໂຄງການ EDL-T ແມ່ນໂຄງການທີ່ມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ ແລະ ມີບົດບາດເປັນແບບຢ່າງທີ່ພົ້ນເດັ່ນແລະເປັນໂຄງການຈຸດສຸມໃນການລົງເລິກການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ. ປັດຈຸບັນ,EDL-Tໄດ້ດຳເນີນງານຢ່າງສະຖຽນລະພາບມາເປັນເວລາ2ປີກວ່າ,ເຊິ່ງວຽກງານໃນແຕ່ລະດ້ານແມ່ນມີຄວາມຄືບໜ້າຢ່າງເດັ່ນຊັດ: ບໍລິເວນກວ້າງຫຼຸດລົງຢ່າງຫຼວງຫຼາຍ,ເຮັດໃຫ້ຄວາມສາມາດໃນການຄໍ້າປະກັນຄວາມປອດໄພຂອງການສະໜອງໄຟຟ້າ ໃຫ້ແກ່ທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນປີ 2025, ຈຳນວນຄັ້ງຂອງໄຟດັບຢູ່ສະຖານີຈ່າຍໄຟ (Traction Substation) ແລະ ສາຍສົ່ງໄຟຟ້າ ຂອງທາງລົດໄຟ ລາວ-ຈີນ ຊ້ວງລາວ […] The post ລົງນາມເພີ່ມເຕີມຂອງສັນຍາສຳປະທານໂຄງການສາຍສົ່ງໄຟຟ້າ500 kV appeared first on LAO ECONOMIC .
Go to News Site