Collector
ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ ເພື່ອສ້າງ “ ເມືອງຄາບອນຕ່ຳ ” | Collector
ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ ເພື່ອສ້າງ “ ເມືອງຄາບອນຕ່ຳ ”
Lao Economic Daily

ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ ເພື່ອສ້າງ “ ເມືອງຄາບອນຕ່ຳ ”

ທ່ານ ນາງ ຈິນດາຣັດ ວິຣິຍະທະວີກຸນ ຜູ້ອຳນວຍການ ສຳນັກງານບໍລິຫານໜີ້ສາທາລະນະ ຂອງໄທ ເປີດເຜີຍໃນວັນທີ 26 ພຶດສະພາ 2026 ວ່າ ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ (World Bank) ວົງເງິນ 200 ລ້ານໂດລາສະຫະລັດ ພາຍໃນປີນີ້ ເພື່ອຂັບເຄື່ອນໂຄງການສ້າງ “ເມືອງຄາບອນຕ່ຳ” (Low Carbon City)ທະນາຄານໂລກ ຈະເຂົ້າມາມີບົດບາດສຳຄັນ ໃນການເປັນທີ່ປຶກສາ ດ້ານການຫຼຸດຜ່ອນການປ່ອຍກາສເຮືອນແກ້ວ ແລະ ການບໍລິຫານຈັດການຄາບອນເຄຣດິດ ໃນເຂດເມືອງ ເພື່ອນຳໃຊ້ເປັນໂຄງການນຳຮ່ອງ (Sandbox) ສຳລັບນະໂຍບາຍການປ່ຽນຜ່ານດ້ານພະລັງງານ ຂອງປະເທດໃນອະນາຄົດປັດຈຸບັນ ສະຖານະໜີ້ສາທາລະນະຂອງໄທ ຢູ່ທີ່ 12.7 ລ້ານລ້ານບາດ ຫຼື ຄິດເປັນ 66.4% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຊຶ່ງຍັງຢູ່ພາຍໃຕ້ເພດານໜີ້ ທີ່ກຳນົດໄວ້ບໍ່ເກີນ 70% ສຳລັບການລະດົມທຶນໂດຍລວມ ພາຍໃຕ້ໂຄງການກູ້ເງິນ 400,000 ລ້ານບາດ ເພື່ອຊ່ວຍເຫຼືອຄ່າຄອງຊີບປະຊາຊົນ ແລະ ປ່ຽນຜ່ານໄປສູ່ພະລັງງານສະອາດ […] The post ລັດຖະບານໄທ ກຽມກູ້ເງິນຈາກ ທະນາຄານໂລກ ເພື່ອສ້າງ “ ເມືອງຄາບອນຕ່ຳ ” appeared first on LAO ECONOMIC .

Go to News Site