Lao Economic Daily
ສຳນັກງານຄະນະລັດຖະມົນຕີຍີ່ປຸ່ນລາຍງານວ່າເສດຖະກິດຍີ່ປຸ່ນຂະຫຍາຍຕົວ 2.1% ໃນໄຕມາດທຳອິດ (ມັງກອນ-ມີນາ) ຂອງປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງການບໍລິໂພກ ແລະ ການສົ່ງອອກ.ບົດລາຍງານລະບຸວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ທີ່ປັບອັດຕາເງິນເຟີ້ແລ້ວໃນໄຕມາດທຳອິດເພີ່ມຂຶ້ນ 0.5% ເມື່ອທຽບກັບໄຕມາດກ່ອນໜ້ານີ້ ຊຶ່ງການບໍລິໂພກຂອງພາກເອກະຊົນກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງເສດຖະກິດ, ເພີ່ມຂຶ້ນ 0.3% ຈາກໄຕມາດກ່ອນໜ້ານີ້, ໂດຍໄດ້ຮັບແຮງກະຕຸ້ນຈາກຄວາມຕ້ອງການຊື້ເຄື່ອງນຸ່ງຫົ່ມທີ່ເຂັ້ມແຂງ ແລະ ການໃຊ້ຈ່າຍທີ່ເພີ່ມຂຶ້ນຢູ່ຮ້ານອາຫານ. ບົດລາຍງານລະບຸຕື່ມວ່າ: ການລົງທຶນພາກທຸລະກິດຂະຫຍາຍຕົວ 0.3% ຈາກໄຕມາດກ່ອນໜ້ານີ້, ສ່ວນການສົ່ງອອກເພີ່ມຂຶ້ນ 1.7% ຈາກໄຕມາດທີສີ່ (ຕຸລາ-ທັນວາ) ຂອງປີກ່ອນ, ເນື່ອງຈາກການຟື້ນຕົວຂອງການຂົນສົ່ງລົດຍົນໄປຍັງຕະຫຼາດ ສະຫະລັດ ອາເມຣິກາ ແລະ ຄວາມຕ້ອງການເຄື່ອງຈັກ ແລະ ອຸປະກອນໄຟຟ້າສຳລັບອຸດສາຫະກຳ. ໃນຂະນະທີ່ການນຳເຂົ້າເພີ່ມຂຶ້ນ 0.5%.ໃນດ້ານມູນຄ່າ, GDP ໃນເດືອນມັງກອນ ຫາ ເດືອນມີນາ ເພີ່ມຂຶ້ນ 0.8% ຈາກໄລຍະເດືອນຕຸລາ ຫາ ເດືອນທັນວາ ຫຼື ອັດຕາການເຕີບໂຕປີຕໍ່ປີທີ່ 3.4%. The post ເສດຖະກິດຍີ່ປຸ່ນ ເຕີບໂຕ 2.1% appeared first on LAO ECONOMIC .
Go to News Site