Collector
GDP ສິງກະໂປໄຕມາດ 1ຂະຫຍາຍຕົວ 6% | Collector
GDP ສິງກະໂປໄຕມາດ 1ຂະຫຍາຍຕົວ 6%
Lao Economic Daily

GDP ສິງກະໂປໄຕມາດ 1ຂະຫຍາຍຕົວ 6%

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ (MTI) ໄດ້ເປີດເຜີຍໃນວັນທີ 25 ພຶດສະພາ ນີ້ວ່າ ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທຳອິດຂອງປີ 2026 ຂະຫຍາຍຕົວ 6.0% ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນເບື້ອງຕົ້ນຢ່າງເປັນທາງການຢູ່ທີ່ 4.6%.ເມື່ອປຽບທຽບກັບໄຕມາດທີ່ປັບຕາມລະດູການ, GDP ໃນໄຕມາດທີ 1 ປີ 2026 ຂະຫຍາຍຕົວ 1.0% ຊຶ່ງກົງກັນຂ້າມກັບການຄາດຄະເນໃນບື້ອງຕົ້ນທີ່ຄາດວ່າຈະຫົດຕົວ 0.3%.ກະຊວງດັ່ງກ່າວຍັງຄົງຄາດຄະເນອັດຕາການເຕີບໂຕທາງເສດຖະກິດ ໃນປີນີ້ໄວ້ທີ່ 2.0% ຫາ 4.0%, ແຕ່ໄດ້ເຕືອນວ່າຂໍ້ຂັດແຍ່ງ ໃນຕາເວັນອອກກາງໄດ້ເຮັດໃຫ້ເສດຖະກິດມີຄວາມສ່ຽງຕໍ່ການເຕີບໂຕທີ່ຕໍ່າກວ່າທີ່ຄາດໄວ້ຢ່າງຫຼວງຫຼາຍ. ທະນາຄານກາງສິງກະໂປ ຍັງໄດ້ປະກາດການຄວບຄຸມນະໂຍບາຍການເງິນທີ່ເຂັ້ມງວດກວ່າເກົ່າ. ເນື່ອງຈາກກັງວົນວ່າຂໍໍ້ຂັດແຍ່ງ ໃນຕາເວັນອອກກາງ ອາດເປັນປັດໄຈກະຕຸ້ນເຮັດໃຫ້ເກີດເງິນເຟີ້, ຫຼັງຈາກ ຍັງຮັກສານະໂຍບາຍຂອງຕົນໄວ້ຄືເກົ່າໃນກອງປະຊຸມ 3 ຄັ້ງທີ່ຜ່ານມາ (ມັງກອນ, ຕຸລາ ແລະ ກໍລະກົດ) ແລະ ຫາກໍຜ່ອນຄາຍນະໂຍບາຍຂອງຕົນໃນເດືອນເມສາຂອງປີກາຍນີ້.ນອກຈາກນັ້ນ, ໃນເດືອນເມສາ ທະນາຄານກາງສິງກະໂປ ໄດ້ປັບປຸງການຄາດຄະເນສຳລັບດັດສະນີອັດຕາເງິນເຟີ້ຫຼັກ ແລະ ດັດສະນີອັດຕາເງິນເຟີ້ທົ່ວໄປສຳລັບປີ 2026 ຂຶ້ນເປັນ […] The post GDP ສິງກະໂປໄຕມາດ 1ຂະຫຍາຍຕົວ 6% appeared first on LAO ECONOMIC .

Go to News Site