Lao Economic Daily
ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ອອກບົດລາຍງານສະພາບອັດຕາເງິນເຟີ້ເດືອນພຶດສະພາ 2026 ວ່າ: ອັດຕາເງິນເຟີ້ ຂອງ ສປປ ລາວ ເດືອນພຶດສະພາ ໜັງຕີງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາ ຢູ່ທີ່ ລະດັບ 9.0% ຈາກລະດັບ 10.2%ໃນເດືອນເມສາ.ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງ ຫຸງຕົ້ມ ເພີ່ມຂຶ້ນ 20.4% ຮອງມາແມ່ນຫມວດຄົມສະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 15.5%, ໝວດການສຶກສາ ເພີ່ມຂຶ້ນ 12.3%,ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 12.0%;ຢ່າງໃດກໍຕາມເມື່ອສົມທຽບລະດັບການປ່ຽນແປງຂອງລາຄາສິນຄ້າເດືອນພຶດສະພາ ກັບ ເດືອນເມສາ ເຫັນວ່າຫຼຸດລົງ 0.5%. ຫຼຸດລົງຫຼາຍກວ່າໝູ່ແມ່ນໝວດຄົມມະນາຄົມ ແລະ ຂົນສົ່ງ ຫຼຸດລົງ 6.3%; ຮອງມາ ແມ່ນໝວດສິນຄ້າ ແລະ ບໍລິການອື່ນໆ ຫຼຸດລົງ 2.1%. ສາເຫດທີ່ພາໃຫ້ອັດຕາເງິນເຟີ້ ເດືອນພຶດສະພາ 2026 ເພີ່ມຂຶ້ນຊ້າກວ່າເດືອນຜ່ານມາ […] The post ອັດຕາເງິນເຟີ້ ເດືອນພຶດສະພາ ເໜັງຕີງເພີ່ມຂຶ້ນຊ້າກວ່າເດືອນຜ່ານມາ ຢູ່ທີ່ ລະດັບ 9.0% appeared first on LAO ECONOMIC .
Go to News Site