Lao Economic Daily
ໃນຕອນເຊົ້າວັນທີ 22 ພຶດສະພາ 2026 ກົມປູກຝັງ ຮ່ວມກັບ ບໍລິສັດ ກຸ່ມກະສິກໍາລາວ ຈໍາກັດ ໄດ້ຈັດພິທີວາງສີລາລຶກ ໂຄງການສ້າງຕັ້ງໂຮງງານຝຸ່ນອົງຄະທາດ-ຊີວະພາບ ຢູ່ທີ່ ສູນກະສິກໍາສະອາດເວີນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.ເຂົ້າຮ່ວມຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ມີທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າ.ຮອງຫົວໜ້າກົມ, ຫົວໜ້າຫ້ອງການກະຊວງ, ທີມງານບໍລິສັດ ກຸ່ມກະສິກໍາລາວ ຈໍາກັດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ ຊຶ່ງໂຄງການດັ່ງກ່າວ ມີເປົ້າໝາຍຕົ້ນຕໍຄື: ດ້ານການຜະລິດ ເນັ້ນຜະລິດຝຸ່ນອົງຄະທາດ-ຊີວະພາບ ທີ່ມີຄຸນະພາບສູງ,ສາມາດຕອບສະໜອງໃຫ້ແກ່ຟາມຕົວແບບຂອງສູນກະສິກໍາສະອາດ, ຫົວໜ່ວຍທຸລະກິດ,ກຸ່ມຊາວກະສິກອນ ເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກ. ທັງເປັນການຫຼຸດຜ່ອນການນໍາເຂົ້າຝຸ່ຍເຄມີ ແລະ ຊີວະພາບ ຈາກຕ່າງປະເທດ.ໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 4 ເຮັກຕາ ແລະ ມີກໍາລັງການຜະລິດປະມານ 100,000 ໂຕນ/ປີ […] The post ລົງມືກໍ່ສ້າງໂຮງງານຝຸ່ນອົງຄະທາດ-ຊີວະພາບ appeared first on LAO ECONOMIC .
Go to News Site