Lao Economic Daily
ໃນວັນທີ 9 ມິຖຸນາ 2026 ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ໄດ້ມິພິທີ ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາຂັ້ນວິຊາການລະຫວ່າງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ກັບ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ, ຝ່າຍ ສປປ ລາວ ນຳໂດຍ ທ່ານ ອ໋ອດສຸລິເດດ ໄຊສີທອນ ຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ, ຝ່າຍ ສປ ຈີນ ນຳໂດຍທ່ານ ນາງ ມາຈັນ ຮອງຫົວໜ້າກົມຕິດຕາມກວດກາ ແບບແຜນພັກ-ລັດ, ຄະນະກຳມະການກວດກາລະບຽບວິໄນສູນກາງພັກ ກອມມູນິດຈີນ ແລະ ຄະນະກໍາມະການກວດກາລັດແຫ່ງຊາດ ຈີນ ພ້ອມດ້ວຍຄະນະ. ໃນພິທີ ທ່ານ ອ໋ອດສຸລິເດດ ໄຊສີທອນ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຊ່ຽວຊານຈາກ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ […] The post ລາວແລກປ່ຽນ 6 ບົດຮຽນສຳຄັນໃນວຽກງານກວດກາແຫ່ງລັດກັບ ສປ ຈີນ appeared first on LAO ECONOMIC .
Go to News Site